ອພສ ແຂວງເຊກອງ

         ເຊກອງ ເປັນແຂວງໜື່ງຕັ້ງຢູ່ພາກໃຕ້ຂອງ ສປປລາວ ມີຊາຍແດນຕິດຈອດກັບ 4 ແຂວງ ຄື ທິດເໜືອຕິດກັບແຂວງສາລະວັນ ທິດຕາເວັນຕົກ ຕິດກັບແຂວງຈຳປາສັກ ທິດໃຕ້ ຕິດກັບແຂວງອັດຕະປື ແລະ ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມ ຫວຽດນາມ, ແຂວງເຊກອງ ມີເນື້ອທີ່ທັງໝົດ 7.665 ກິໂລຕາແມັດປະກອບມີ 4 ເມືອງ ມີບ້ານທັງໝົດ 199 ບ້ານ (ເມືອງລະມາມ ມີ 45 ບ້ານ, ເມືອງທ່າແຕງມີ 47 ບ້ານ, ເມືອງກະລຶມມີ 53 ບ້ານ, ເມືອງດາກຈຶງມີ 54 ບ້ານ), ມີທັງໝົດ 20.994 ຫຼັງຄາເຮືອນ, 21.217 ຄົວເຮືອນ, ມີ 26.831 ຄອບຄົວ, ມີພົນລະເມືອງ 130.728 ຄົນ, ຍິງ 65.291 ຄົນ ປະກອບມີ 10 ຊົນເຜົ່າ, ມີຜູ້ເຊື່ອຖືພຸດທະສາສະໜາ 47.143 ຄົນ,ຍິງ 25.129 ຄົນ, ກວມເອົາ 37% ຂອງພົນລະເມືອງທົ່ວແຂວງ ນອກນັ້ນແມ່ນເຊື່ອຖືບັນພະບຸລຸດທີ່ເຄີຍເຊື່ອຖືກັນມາ ແລະ ສາສະໜາອື່ນ.

ອົງການພຸດທະສາສະໜາສັມພັນລາວ ແຂວງເຊກອງ ມີຄະນະກຳມະການບໍລິຫານງານ ຈຳນວນ 28 ອົງໃນນີ້ເປັນຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈຳນວນ 7 ອົງຄະນະກຳມະການ ອພສ ແຂວງ ຈຳນວນ 18 ອົງປະທານທີ່ປຶກສາ ຄະນະ ອພສ ແຂວງ 3 ອົງ, ຄະນະກໍາມະການບໍລິຫານງານ ອພສ ເມືອງ ຈໍານວນ 28 ອົງເຈົ້າອະທິການວັດ 22 ອົງໃນທົ່ວແຂວງມີພຣະສົງ-ສາມະເນນທັງໝົດ ຈໍານວນ 173 ອົງໃນນີ້ເປັນສາມະເນນ ຈໍານວນ 110 ອົງແມ່ຂາວ 6 ຕົນ ແລະ ສັງກະລີວັດ 9 ຄົນ, ມີວັດທັງໝົດ ຈຳນວນ 22 ວັດ, ທົ່ວແຂວງມີໂຮງຮຽນສົງ ຈຳນວນ 1 ແຫ່ງ ຄື: ໂຮງຮຽນມັດທະຍົມຕອນຕົ້ນສົງລະມາມ ໃນນີ້ເມືອງທີ່ມີວັດ ແລະ ພຣະສົງອາໃສຢູ່ 3 ເມືອງ ດັ່ງນີ້:

·       ເມືອງລະມາມ ມີ 8 ວັດ ຄື: 1) ວັດພຸດທະຈັກໄຊຍະຣາມ ບ້ານວັດຫຼວງ, 2) ວັດພູຂັນຄຳ ພັດທະນາຣາມ ບ້ານໃໝ່ຫົວເມືອງ, 3)ວັດແສນອຳນວຍໂຊກເຜົ່າສຳພັນພັດທະນາຣາມ ບ້ານເພຍໃໝ່, 4)ວັດສາມັກຄີທັມ ໄຊຍະຣາມ ບ້ານໂພນ,    5) ວັດປ່າສຸຂວັນ ວະນາຣາມ ບ້ານໂນນມີໄຊ, 6) ວັດຈັນສະຫວ່າງ ພັດທະນາຣາມ ບ້ານດອນຈັນ, 7) ວັດໂພນດູ່ ວະນາຣາມ ບ້ານດ່ານ ແລະ 8) ສຳລັບວັດພູສະໄຕຣສຸທາວາສ ໄຊຍະຣາມ ບ້ານຕິ້ວ.

·       ມືອງທ່າແຕງ ມີ 13 ວັດ ຄື: 1) ວັດຈັນທະອຸດົມ ບ້ານທ່າແຕງເໜືອ, 2) ວັດສີມຸງຄຸນ ບ້ານທ່າແຕງໃຕ້, 3) ວັດພູຫີນແກ້ວສະຫວ່າງອາຣາມ ບ້ານກົງຕາຢູນ, 4) ວັດສີມອນ ໂພໄຊຍະຣາມ ບ້ານຫົວເຊໂດນ, 5)ວັດໂສກາຣາມ ບ້ານຫຼັກຂາວ, 6)ວັດໄຊຍະພູມ ບ້ານໜອງກັນ,7) ວັດປະທຸມມະໄລ ບ້ານໜອງນົກ, 8) ວັດມີໄຊຍະຣາມ ບ້ານກະປື, 9) ວັດເວີນຄຳບົວວັນຍະຣາມ ບ້ານກາເຟ, 10)ວັດສີເຮືອງແສງ ບ້ານຈູນຣາ, 11)ວັດໂພສີ ຣັດຕະນະວະຣາມ ບ້ານຍົກທົ່ງ, 12) ວັດມີໄຊອຸດົມ ບ້ານຕະກຽວ, 13) ວັດສີລະວັນ ສີມຸງຄຸນຄະນາຣາມ ບ້ານໂທນນ້ອຍ.

·       ເມືອງກະລຶມ ມີ 01 ວັດ ຄື: ວັດຈອມແກ້ວອ່ອນມະໄລສີ ໄຊຍະຣາມ ບ້ານແກ້ງກຽນ.

  

Ø  ໂຄງຮ່າງຄະນະກຳມະການບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງເຊກອງ

 ປະທານ ອພສ ແຂວງ

         ພຣະອາຈານ ບຸນໂຖ້ຍ ໄຊຍະບຸດ


 ຮອງປະທານ ອພສ ແຂວງ

     ພຣະອາຈານ ມະຫາກິ ກະຕະສີໂລ
ພຣະອາຈານ ບຸນຍືນ ບັ້ງທອງ

 ຄະນະບໍລິຫານງານປະຈໍາການ

1.    ພຣະອາຈານ ປທ. ບົວເງິນ ແສງມະນີລາດ

2.    ພຣະອາຈານ ບຸນຍັງ ແກ້ວເມືອງຫຼວງ

3.    ພຣະອາຈານ ບຸນທັນ ສຸລິສັກ

4.    ພຣະອາຈານ ສົມສຸກ ວັດທະນະທໍາ


 ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ

1.    ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

ພຣະອາຈານ ປທ.ບົວເງິນ ແສງມະນີລາດ

2.    ຫົວໜ້າກັມມາທິການ ປົກຄອງສົງແຂວງ

ພຣະອາຈານ ມະຫາກິ ກະຕະສີໂລ

3.    ຫົວໜ້າກັມມາທິການ ສຶກສາສົງແຂວງ

ພຣະອາຈານ ບຸນຍືນ ບັ້ງທອງ

4.    ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ

ພຣະອາຈານ ສົມສຸກ ວັດທະນະທໍາ

5.    ຫົວໜ້າກັມມາທິການ ສາທາຣະນູປະການ

ພຣະອາຈານ ບຸນຍັງ ແກ້ວເມືອງຫຼວງ

6.    ຫົວໜ້າກັມມາທິການ ການຕ່າງປະເທດ

ພຣະອາຈານ ບຸນທັນ ສຸລິສັກ


 ປະທານ ອົງການພຸດທະສາສະໜາສັມພັນລາວເມືອງ

1. ປະທານ ອພສ ເມືອງລະມາມ
          ພຣະອາຈານ ບຸນຍືນ ບັ້ງທອງ

2. ປະທານ ອພສ ເມືອງທ່າແຕງ

    ພຣະອາຈານ ບຸນທັນ ສຸລິສັກ

Post a Comment

0Comments

Post a Comment (0)