ຄວາມເປັນມາ ສູນກາງ ອພສ

 

ອົງການຊີ້ນຳ ນຳພາ ບໍຣິຫານສາສະນະກິດຂອງຄະນະສົງລາວ ເອີ້ນວ່າ “ສູນກາງອົງການພຸດທະສາສະນາສັມພັນແຫ່ງ ສປປ ລາວ ເວົ້າ ແລະຂຽນຫຍໍ້ວ່າ ອພສ .(ພາສາອັງກິດ: Central Buddhist Fellowship Organization of Lao PDR) ມີສຳນັກງານຂອງຄະນະບໍຣິຫານງານສູນກາງ ຕັ້ງຢູ່ນະຄອນຫຼວງຂອງປະເທດ ຫຼືຕາມບ່ອນສຳນັກງານສູນກາງພັກ - ລັດຈັດຕັ້ງ, ສັນຍາລັກຂອງອົງການ ຖືເອົາກາທັມມະຈັກເປັນເຄື່ອງໝາຍ, ກາປະທັບທຸກຕຳແໜ່ງມີໜັງສືຂຽນຢູ່ເທິງວ່າ ອົງການພຸດທະສາສະນາສຳພັນ ແຫ່ງ ສປປ ລາວ ຂອບລຸ່ມຂຽນຊື່ຕໍຳແໜ່ງ ແລະໃຈກາງ ມີກາທັມມະຈັກ ສ່ວນທຸງສາສະນາ ແມ່ນໃຊ້ທຸງ ສັບພັນນະລັງສີ ເປັນສັນຍາລັກ.

ສູນກາງອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ ເປັນອົງການບໍຣິຫານຂັ້ນສູງສຸດຂອງຄະນະສົງລາວ ຈັດຕັ້ງຂຶ້ນມາຕາມລະບົບການລວມສູນປະຊາທິປະໄຕ ນຳພາເປັນຄະນະ ຮັບຜິດຊອບເປັນບຸກຄົນ ບຸກຄົນຂຶ້ນກັບການຈັດຕັ້ງ ສຽງສ່ວນນ້ອຍຂຶ້ນກັບສຽງສ່ວນຫຼາຍ ຂັ້ນລຸ່ມຂຶ້ນກັບຂິ້ນເທິງ ທັງໝົດຂຶ້ນກັບກອງປະຊຸມໃຫຍ່.

ອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ ເປັນອົງການທີ່ມີພາລະບົດບາດສິດ ແລະ ໜ້າທີ່ ໃນການຄຸ້ມຄອງບໍລິຫານເຜີຍແຜ່ສີລະທັມ, ການສຶກສາສົງການບູລະນະກໍ່ສ້າງການຈັດຕັ້ງປະຕິບັດພຣະທັມມະວິໄນ, ເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນບັນດາເຜົ່າ ແລະ ການພົວພັນສາກົນກ່ຽວກັບສາສະນາພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງຕົນ. ພຣະພຸດທະສາສະນາໃນປະເທດລາວ ເປັນພຣະພຸດທະສາສະນາແບບເຖຣະວາດ ຫລືມະຫານິກາຍ ເອີ້ນວ່າ ''ພຣະສົງລາວ'' ອົງການດັ່ງກ່າວ ແມ່ນລັດຖະບານລາວແນວລາວສ້າງຊາດ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າເປັນຜູ້ອຸປະຖຳ.

ການຈັດຕັ້ງຂອງ ອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ   ມີ 5 ຂັ້ນ ຂັ້ນສູນກາງ, ຂັ້ນແຂວງ, ນະຄອນຫຼວງ ຫຼືເຂດພິເສດ, ຂັ້ນເມືອງ ເທດສະບານ ຫຼືນະຄອນ, ຂັ້ນເຂດ ແລະຂັ້ນວັດ  ເຊິ່ງເຮັດໜ້າທີ່ປະສານຕໍ່ວຽກງານຈາກສູນກາງ ໄປຍັງທ້ອງຖິ່ນ ໃນການດຳເນີນກິດຈະການງານຂອງ ອພສ ເພື່ອໃຫ້ວ່ອງໄວ ທົ່ວເຖິງ ແລະ ມີປະສິດທິພາບ.

ອພສ ຂັ້ນສູນກາງ ປະກອບມີ ຄະນະກຳມະການຕາມສັດສ່ວນ ຄື 1 ອົງໃດ ຕໍ່ພຣະສົງສາມະເນນ 500 ອົງ ມີປະທານ, ຮອງປະທານ, ຫົວໜ້າກັມມາທິການ, ຫົວໜ້າຄະນະຫ້ອງການ, ຄະນະກັມມາທິການທີ່ປຶກສາ ແລະຄະນະກຳມາທິການບໍຣິຫານງານສູນກາງ ອພສ. ສູນກາງ ອພສ

ນອກນັ້ນກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ໃຫ້ສອດຄ່ອງກັບລັດຖະທຳມະນູນຂອງສົງ ແລະ ລະບຽບກົດໝາຍຂອງຝ່າຍບ້ານເມືອງ ຫ້ອງການຂອງ ອພສ ແມ່ນມີຢູ່ທົ່ວປະເທດຕາມລໍາດັບ ແລະແບ່ງອອກເປັນຂັ້ນຕ່າງໆ ມີລະບົບການບໍຣິຫານງານສູນກາງ ອພສ  ຄະນະ, 5 ກັມມາທິການ ແລະ  ຫ້ອງການສູນກາງ ອພສ.ດັ່ງນີ້:

ຄະນະປະຈຳ ຫ້ອງການແຕ່ລະກຳມາທິການ

1.      ຄະນະປະຈຳສູນກາງ ອພສ.

2.      ປະທານ ແລະຮອງປະທານ ສູນກາງ ອພສ.

3.      ຄະນະບໍຣິຫານງານສູນກາງ ອພສ.


ກັມມາທິການຕ່າງໆໃນລະບົບສາຍໄຍການບໍລິຫານຂອງ ອພສ

1.      ຫ້ອງການ ອພສ.

2.      ກັມມາທິການປົກຄອງສົງ

3.      ກັມມາທິການສຶກສາສົງ

4.      ກັມມາທິການເຜີຍແຜ່ສີລທັມແລະປະຕິບັດກັມມາຖານ

5.      ກັມມາທິການສາທາຣະນູປະການ

6.   ກັມມາທິການການຕ່າງປະເທດ

 

        I.            ປະຫວັດຄວາມເປັນມາຂອງ ອົງການພຸດທະສາສນາສໍາພັນລາວ

ອົງການພຸດທະສາສະນາສັມພັນ ແຫ່ງ ສປປ ລາວ ສ້າງຕັ້ງຂຶ້ນ ໃນວັນທີ 19 ພະຈິກ 1958 ແລະ ໃນປີ ຄ.ສ. 1960 ເມື່ອກະແສແຫ່ງການຕໍ່ສູ້ກູ້ຊາດ ພາຍໃນປະເທດໃນສະໄໝນັ້ນ ໄດ້ສ້າງເງື່ອນໄຂ ແລະເປັນປັດໄຈ ໃຫ້ແກ່ຄະນະສົງທົ່ວປະເທດ ແລະອອກຕົນຍາດໂຍມລາວບັນດາເຜົ່າ ປຶກສາຫາລືກັນ ໃນການສ້າງ ຄວາມສາມັກຄີພາຍໃນຊາດ ສາສະນາ ໃຫ້ມີຂຶ້ນ ເພາະໃນສະໄໝກ່ອນ ປວງຊົນຊາວລາວໃນທົ່ວປະເທດ ຍັງບໍ່ທັນເປັນຫນຶ່ງດຽວ ບໍ່ມີອົງກອນນຳພາ ໃນການສ້າງຄວາມສາມັກຄີ ຕ່າງຝ່າຍຕ່າງສູ້ຕາມກຳລັງຂອງຕົນເອງ ໃນແຕ່ລະເຂດ ໂດຍມີປະນິທານປະຊາທິປະໄຕ ພາຍໃຕ້ສີລະທັມ ທີ່ວ່າ ພຣະສົງບໍ່ຕັດແຍກອອກຈາກ ອອກຕົນຍາດໂຍມ  ພຣະພຸດທະສາສະນາບໍ່ຕັດແຍກອອກຈາກຊາດ         ສີລະທັມບໍ່ຕັດແຍກອອກຈາກການເມືອງ  ຊາດໄດ້ວາງເປົ້າໝາຍຢ່າງໃດ ພຣະສົງ -ສາມະເນນ ໄດ້ຖືເອົາເປັນເປົ້າຫມາຍຢ່າງນັ້ນ ພ້ອມກັບຄວບຄູ່ໄປດ້ວຍ ຫລັກພຣະທັມມະວິນັຍ ຍືດຖື ຄວາມມີສະເຫມີພາກ ທັງທາງດ້ານຄຸນະທັມແລະຈະຣິຍະທັມ ອັນເປັນຫລັກຄຳສອນໃນທາງພຣະພຸດທະສາສະນາ ດັ່ງນັ້ນ ຕາມຄວາມຮຽກຮ້ອງຂອງສະພາບບ້ານເມືອງ ແລະ ຕາມຄວາມສັດທາ ຂອງສາສະນິກກະຊົນ ອົງການພຸດທະສາສະນາສໍາພັນລາວຈຶ່ງໄດ້ກໍ່ກຳເນີດ ແລະ ໄດ້ເຄື່ອນໄຫວ ສົ່ງເສີມອົບຮົມສີລະທັມໃຫ້ປະຊາຊົນລາວ ຕາມນະໂຍບາຍທາງດ້ານຝ່າຍສົງ ແລະ ຝ່າຍພັກ-ລັດ ບ້ານເມືອງສະເໝີມາ

Post a Comment

0Comments

Post a Comment (0)