ອພສ ແຂວງສາລະວັນ

         ແຂວງສາລະວັນເປັນແຂວງໜຶ່ງ ທີ່ມີຫຼາຍຊົນເຜົ່າມີຫຼາກຫຼາຍ ທາງດ້ານຮີດຄອງປະເພນີ ແລະ ວັດທະນະທຳມີທຳນອງການເສບການຮ້ອງ ແລະ ການຂັບລຳຫຼາຍຢ່າງເປັນຕົ້ນແມ່ນ: ລຳສາລະວັນລຳຄົງເຊໂດນ, ລຳຕາລີມອນລຳກະເລີ້ຍ ແລະ ອື່ນໆ ໃນການຂັບລຳຕ່າງໆ ກໍມີຄວາມມ່ວນຊື່ນອອນຊອນແຕກຕ່າງກັນ ໄປຕາມຈຸດພິເສດຂອງແຕ່ລະເຜົ່າ ແຕ່ຂັບລຳທີ່ໂດດເດັ່ນກ່ອນໝູ່ມີຄ່ານິຍົມສູງ ແລະ ແຜ່ກວ້າງໃນທົ່ວແຂວງທົ່ວປະເທດ ແລະ ຕ່າງປະເທດກໍແມ່ນຂັບລຳ: ສາລະວັນ

ແຂວງສາລະວັນ ຕັ້ງຢູ່ທາງພາກໃຕ້ຂອງປະເທດລາວ ເປັນແຂວງທີ່ມີເສດຖະກິດພວມຂະຫຍາຍຕົວມີຫຼາຍຊົນຊາດຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ. ເມືອງເອກຂອງແຂວງ ແມ່ນ ເມືອງ ສາລະວັນ. ມີພື້ນທີ່ເປັນລັກສະນະທົ່ງພຽງ ມີ 8 ເມືອງ ມີ 578 ບ້ານ ມີ 14 ຊົນຜົ່າ ມີປະຊາກອນ 4.42.000 ຄົນ (ປີ ຄສ.2020) ປະຊາຊົນນັບຖືສາສະໜາພຸດ ກວມເອົາ ......% (ຍັງບໍ່ມີຂໍ້ມູນ) ຂອງປະຊາກອນທັງໝົດ. 

       ອົງການພຸດທະສາສະໜາສັມພັນລາວ ແຂວງສາລະວັນ ມີຄະນະກຳມະການບໍລິຫານງານ ຈຳນວນ 27 ອົງ, ຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈຳນວນ 7 ອົງ, ຄະນະກໍາມະການ ອພສ. ເມືອງ 66 ອົງ, ເຈົ້າອະທິການວັດ 342 ອົງ,ໃນທົ່ວແຂວງມີພຣະສົງສາມະເນນທັງໝົດ ຈໍານວນ 1.080 ອົງ, ໃນນີ້ເປັນສາມະເນນ ຈໍານວນ 567 ອົງ,  ມີວັດທັງໝົດ ຈໍານວນ 388 ວັດ, ໃນນີ້ຈໍານວນ 46 ວັດ ແມ່ນບໍ່ມີພຣະສົງສາມະເນນອາໃສຢູ່ (ວັດຮ້າງ), ວັດສ້າງໃໝ່ 15 ວັດ ມີໂຮງຮຽນມັດທະຍົມສົມບູນສຶກສາສາມັນສົງ 1 ແຫ່ງ, ມັດທະຍົມຕອນຕົ້ນສົງ 4 ແຫ່ງ, ປະຖົມສຶກສາສົງ 2 ແຫ່ງ.

 

ຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງສາລະວັນ

ປະທານ ອພສ ແຂວງ

ພຣະອາຈານ ສອນໄຊ ແກ້ວເມືອງໃຕ້


ຮອງປະທານ ອພສ ແຂວງ

1. ພຣະອາຈານ ຄໍາເປ ຈັນທະຈອນ

2.​​ ພຣະອາຈານ ປອ. ສີປະເສີດ ໄຊຍະປັນຍາ


ຫົວໜ້າຫ້ອງການ ແລະຫົວໜ້າກັມມາທິການ

1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

          ພຣະອາຈານ ແສງມະນີ ສຸວິໄລຄໍາ

2ຫົວໜ້າກັມມາທິການ ປົກຄອງສົງແຂວງ

          ພຣະອາຈານ ຄໍາເປ ຈັນທະຈອນ

3. ຫົວໜ້າກັມມາທິການ ສຶກສາສົງແຂວງ

          ພຣະອາຈານ ປອ. ສີປະເສີດ ໄຊຍະປັນຍາ

4. ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ

          ພຣະອາຈານ ສູນທອນ ຈັນທະວັງໂສ

5. ຫົວໜ້າກັມມາທິການ ສາທາຣະນູປະການ

          ພຣະອາຈານ ດ໋ອງ ດາວວະດິງ

6. ຫົວໜ້າກັມມາທິການ ການຕ່າງປະເທດ

          ພຣະອາຈານ ບຸນເລີດ ສີສຸລາດ

 

ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງ

1. ປະທານ ອພສ ເມືອງສາລະວັນ

          ພຣະອາຈານ ດ໋ອງ ດາວວະດິງ

2. ປະທານ ອພສ ເມືອງເລົ່າງາມ

          ພຣະອາຈານ ປອ. ສີປະເສີດ ໄຊຍະປັນຍາ

3. ປະທານ ອພສ ເມືອງຄົງເຊໂດນ

          ພຣະອາຈານ ສູນທອນ ຈັນທະວັງໂສ

4. ປະທານ ປະທານ ອພສ ເມືອງລະຄອນເພັງ

          ພຣະອາຈານ ບຸນເລີດ ສີສຸລາດ

5. ປະທານ ອພສ ເມືອງວາປີ

          ພຣະອາຈານ ຄໍາເປ ຈັນທະຈອນ

6. ປະທານ ອພສ ເມືອງຕະໂອຍ

          ພຣະອາຈານ...............

7. ປະທານ ອພສ ເມືອງສະໝ້ວຍ

          ພຣະອາຈານ..................

8. ປະທານ ອພສ. ເມືອງຕຸ່ມລານ

          ພຣະອາຈານ.....................

 

ຂໍ້ມູນຈາກຫ້ອງການ ອພສ ແຂວງສາລະວັນ

Post a Comment

0Comments

Post a Comment (0)