ພາຣະບົດບາດ, ສິດ ແລະ ໜ້າທີ່ ຂອງກັມມາທິການ ປົກຄອງສົງ
ກັມມາທິການປົກຄອງສົງ ມີ ພາຣະບົດບາດ ໃນການຄຸ້ມຄອງ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວໃນຂອບເຂດທົ່ວປະເທດ, ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ
ສໍາລັບກັມມາທິການປົກຄອງສົງ ຂອງສູນກາງອົງການພຸດທະ ສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ວ່າ “ກປສ”, ສ່ວນກັມມາທິການປົກຄອງສົງ ຂອງອົງການພຸດທະສາສະໜາ ສັມພັນລາວແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກ ສອນຫຍໍ້ວ່າ “ກປສ”.
ກັມມາທິການປົກຄອງສົງ ຂອງສູນກາງອົງການພຸດທະສາສະ ໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ;
3. ຄຸ້ມຄອງ ແລະ ດູແລຄວາມເປັນລະບຽບຮຽບຮ້ອຍ ຂອງ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ເປັນຕົ້ນ ການໄປມາ, ການ ນຸ່ງຫົ່ມ, ສັງຄະກັມ, ພິທີກັມ ແລະ ການເຄື່ອນໄຫວ ໃຫ້ຖືກຕ້ອງຕາມຫຼັກພຣະທັມມະວິນັຍ, ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
4. ຄຸ້ມຄອງ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ກ່ຽວກັບການ ແຜ່ວັດຖຸປັດໄຈ ລວມທັງຂໍ້ຫ້າມກ່ຽວກັບການບໍ່ອະນຸຍາດ ໃຫ້ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ເຄື່ອນໄຫວ ແລະ ດໍາເນີນທຸຣະກິດ;
5. ຄົ້ນຄວ້າ ແລະ ປະກອບບຸກຄະລາກອນ ເປັນຄະນະ ພຣະທັມມະ ທອນ ແລະ ພຣະວິນັຍທອນ ເພື່ອສະເໜີຕໍ່ຄະນະບໍລິຫານງານ ປະຈໍາການແລ້ວນໍາສະເໜີຂໍແຕ່ງຕັ້ງຈາກປະທານສູນກາງອົງ ການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດ ທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
6. ຊີ້ນໍາ ແລະ ຕິດຕາມ ການປະຕິບັດໜ້າທີ່ ຂອງ ຄະນະ ພຣະທັມມະທອນ ແລະ ພຣະວິນັຍທອນ ຊຶ່ງຄະນະດັ່ງກ່າວ ຕ້ອງໄດ້ປະຕິບັດຕາມລະບຽບການກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວສະເພາະ;
7. ຄົ້ນຄວ້າເອົາບຸກຄະລາກອນສົງ ທີ່ມີຄຸນສົມບັດສົມບູນ ຕາມຫຼັກພຣະທັມມະວິນັຍ ແລະ ລະບຽບການສົງທີ່ກ່ຽວຂ້ອງ ຈາກ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ເພື່ອແຕ່ງຕັ້ງເປັນ ພຣະອຸປັດຊາປະຈໍາ ສູນກາງອົງການພຸດທະສາ ສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາ ສັມພັນ ລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຊຶ່ງມີລະບຽບການກ່ຽວກັບ ພາຣະບົດບາດ, ສິດ ແລະ ໜ້າທີ່ ຂອງພຣະອຸປັດຊາ ສະເພາະ;
8. ຄົ້ນຄວ້າ ແລະ ພິຈາລະນາ ກ່ຽວກັບ ຄໍາສະເໜີ, ຄໍາຮ້ອງຂໍ ຄວາມເປັນທັມ, ບັດສົນເທ ແລະ ອື່ນໆ ທີ່ພົວພັນກັບ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ, ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ, ສັງຄະວັດຖຸ, ສາສະນະສະຖານ, ປູຊະນີຍະສະຖານ, ທໍຣະນີສົງ ໂດຍມີການປະສານສົມທົບກັບກັມມາທິການ, ອົງການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອດໍາເນີນການ ສືບສວນ, ສອບສວນ ແລະ ດໍາເນີນການແກ້ໄຂ ຕາມແຕ່ລະ ກໍລະນີແລະ ທຸກອະທິກອນ ຂອງພຣະສົງ-ສາມະເນນ, ພໍ່ຂາວ[1]ແມ່ຂາວກໍຕ້ອງຜ່ານການພິຈາລະນາຕັດສິນຂອງຄະນະສົງ
ກ່ອນ ຈຶ່ງສົ່ງມອບໃຫ້ພາກສ່ວນອື່ນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
9. ຂົນຂວາຍ, ເຕົ້າໂຮມຄວາມສາມັກຄີລະຫວ່າງ ສະມະນະເພດ, ພຸດທະສາສະນິກະຊົນ ແລະປະຊາຊົນລາວບັນດາເຜົ່າ.
ຄະນະບໍລິຫານງານກັມມາທິການປົກຄອງສົງ
ສະໄໝທີ8 ປະກອບມີ:
1. ພຣະອາຈານ ວັນຄຳ ວົງສາສຸລິນ
ຫົວຫນ້າກັມມາທິການປົກຄອງສົງ ສູນກາງ ຊີ້ນຳລວມ
2. ພຣະອາຈານ ສຸຂີ ເຮືອນມຸງຄຸນ
ຮອງຫົວຫນ້າກັມມາທິການ, ຫົວໜ້າບໍລິຫານ
3. ພຣະອາຈານ ຄຳໜັ້ນ ສີສະຫວັດ
ຮອງຫົວຫນ້າກັມມາທິການ, ຫົວໜ້າວິຊາການ