ພາຣະບົດບາດ, ສິດ ແລະ ໜ້າທີ່
ຂອງກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ມີ ພາຣະບົດບາດ ໃນການເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານລວມທັງສຶກສາອົບຮົມ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ໃນຂອບ ເຂດທົ່ວປະເທດ, ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມຂອບເຂດຄວາມຮັບ
ຜິດຊອບຂອງຕົນ.
ສໍາລັບກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດ ກັມມະຖານ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜປຖ”, ສ່ວນກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຂອງອົງການພຸດທະສາ ສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ “ກຜປຖ”.
ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຂອງສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ດັ່ງນີ້:
1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ;
2. ສ້າງຂໍ້ກໍານົດ, ກົດລະບຽບ, ມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງອື່ນ ກ່ຽວກັບການເຜີຍແຜ່ສີລະທັມ, ຝຶກອົບຮົມພຣະທັມມະກະຖິ ກາຈານ ໃຫ້ເປັນຜູ້ຊໍານານໃນການເຜີຍແຜ່ທັມ ໃນຫຼາຍຮູບ ການ ແລະ ປະຕິບັດກັມມະຖານໃຫ້ກວ້າງຂວາງທົ່ວປະເທດ ແລ້ວນໍາສະເໜີ ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ເຈົ້າຄະນະ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ບົນພື້ນຖານການຕົກລົງເຫັນດີ ຂອງຄະນະບໍລິຫານງານປະຈໍາການ;
3. ສ້າງ ວິທະຍາກອນ ແລະ ວິປັດສະນາຈານ ໂດຍຮັບປະກັນໃຫ້ ໄດ້ທັງ ປະຣິມານ ແລະ ຄຸນນະພາບ ເພື່ອປະກອບໃຫ້ແຕ່ລະ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຢ່າງ ໜ້ອຍໃຫ້ໄດ້ສອງ ຫາ ສາມ ອົງ;
4. ນໍາໃຊ້ວິທະຍາກອນ ແລະ ວິປັດສະນາຈານ ທີ່ມີປະສົບການສູງ ທັງຝ່າຍສົງ ແລະ ຝ່າຍຄະຣືຫັດ ຢ່າງເໝາະສົມ ຕາມທິດຊີ້ນໍາ ຂອງປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ເຈົ້າຄະນະ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ;
5. ຮັບຜິດຊອບຈັດຕັ້ງໜ່ວຍງານສຶກສາ, ອົບຮົມ, ເຜີຍແຜ່ສີລະ ທັມ ແລະ ປະຕິບັດກັມມະຖານ ໃຫ້ແກ່ ພຣະສົງ-ສາມະເນນ, ເຍົາວະຊົນ ແລະ ອະນຸຊົນ ລວມທັງຜູ້ທີ່ກໍາລັງຖືກຄຸມຂັງ ແລະ ດັດສ້າງ, ພຸດທະສາສະນິກະຊົນ ແລະປະຊາຊົນລາວບັນດາເຜົ່າ;
6. ຄົ້ນຄວ້າ, ຈັດສົ່ງ ວິທະຍາກອນ ແລະ ວິປັດສະນາຈານ ໄປ ທັດສະນະສຶກສາ, ຮຽນຕໍ່ ແລະ ເຜີຍແຜ່ພຣະພຸດທະສາສະໜາ ໃນຕ່າງປະເທດ ຕາມການຕົກລົງເຫັນດີຂອງຄະນະບໍລິຫານ ງານປະຈໍາການ;
7. ຄົ້ນຄວ້າ, ສ້າງຕັ້ງ ແລະຕິດຕາມ ກວດກາ ສູນປະຕິບັດທັມໃນ ວັດ, ທໍຣະນີສົງ ຢູ່ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ແລະ ຢູ່ຕ່າງປະເທດ ຕາມຄວາມເໝາະສົມ.
ຄະນະບໍລິຫານ
ກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
ສະໄໜທີ 8 ປະກອບດ້ວຍ:
1. ພຣະອາຈານ ສີທົນ ໄຊຍະວົງສອນ
ເປັນຫົວໜ້າກັມມາທິການ
2. ພຣະອາຈານ ພຸທະສອນ ລະຄອນຄຳ
ເປັນຮອງຫົວໜ້າກັມມາທິການ ຮັບຜິດຊອບຝ່າຍວິຊາການ
3. ພຣະອາຈານ ບຸນທະວີ ສີບຸນເຮືອງ
ເປັນຮອງຫົວໜ້າກັມມາທິການ ຮັບຜິດຊອບຝ່າຍບໍລິຫານ.