ແຂວງໄຊຍະບູລີີ ເປັນແຂວງໜືຶ່ງທີ່ນອນຢູ່ພາກເໜືອ ຂອງປະເທດລາວ ທີມີຄວາມອຸດົມສົມບູນທາງດ້ານປ່າໄມ້ ແລະ ທຳມະຊາດສວຍງາມ ເປັນແຂວງໜຶ່ງທີ່ຕັ້ງຢູ່ໃນເຂດພູມສັນຖານເທິງພູເຂົາ ແລະ ທົ່ງພຽງ ມີເນື້ອທີ່ທັງໝົດ 16.389 ຕາລາງກິໂລແມັດ, ແຂວງໄຊຍະບູລີມີ 11 ເມືອງ
ອົງການພຸດທະສາສະໜາສັມພັນລາວ ແຂວງ ມີຄະນະກຳມະການບໍລິຫານງານ ຈຳນວນ 24 ອົງ, ຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈຳນວນ 7 ອົງ, ຄະນະ ປະທານ ອພສ ແຂວງ 5 ອົງ, ໃນທົ່ວແຂວງມີພຣະສົງສາມະເນນທັງໝົດ ຈໍານວນ 1,455 ອົງ, ໃນນີ້ເປັນພຣະສົງ 312 ອົງ, ສາມະເນນ ຈໍານວນ 1,143 ອົງ, ມີວັດທັງໝົດ ຈຳນວນ 331 ວັດ, ໃນນີ້ວັດທີ່ມີພຣະສົງສາມະເນນປະຈຳຢູ່ ຈໍານວນ 250 ວັດ, ວັດທີ່ບໍ່ມີພຣະສົງສາມະເນນອາໃສຢູ່ (ວັດຮ້າງ) ຈຳນວນ 81 ວັດ ທົ່ວແຂວງໄຊຍະບູລີ ມີໂຮງຮຽນທັງໝົດ 6 ແຫ່ງ ແລະ 1 ຫ້ອງຮຽນສົງ.
ຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງໄຊຍະບູລີ
ປະທານ ອພສ ແຂວງ
ພຣະອາຈານ ບຸນທຽນ ພຸດທະວະໂຣ ( ປັນຍາແກ້ວ )
ຮອງປະທານ ອພສ ແຂວງ
1. ພຣະອາຈານ ສົມພອນ ຄຳຈະເລີນ
2. ພຣະອາຈານ ວົງແກ້ວ ສຸວັນດາຣາ
3. ພຣະອາຈານ ບົວແກ້ວ ພອນວິໄລ
4. ພຣະອາຈານ ວຽງສັກ ຈິດຕະປັນໂຍ ( ບຸດຈະເລີນ )
ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ
1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ
ພຣະອາຈານ ຕຸລີ່ ສຸກວິໄລ
2. ຫົວໜ້າກັມມາທິການ ປົກຄອງສົງແຂວງ
ພຣະອາຈານ ວົງແກ້ວ ສຸວັນດາຣາ
3. ຫົວໜ້າກັມມາທິການ ສຶກສາສົງແຂວງ
ພຣະອາຈານ ບົວແກ້ວ ພອນວິໄລ
4. ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ
ພຣະອາຈານ ສົມພອນ ຄຳຈະເລີນ
5. ຫົວໜ້າກັມມາທິການ ສາທາຣະນູປະການ
ພຣະອາຈານ ວຽງສັກ ຈິດຕະປັນໂຍ ( ບຸດຈະເລີນ )
6. ຫົວໜ້າກັມມາທິການ ການຕ່າງປະເທດ
ພຣະອາຈານ ບຸນທຽນ ພຸດທະວະໂຣ ( ປັນຍາແກ້ວ )
ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງ
1. ປະທານ ອພສ ເມືອງຄອບ
ພຣະອາຈານ ສົມຄິດ ອິນສຸພາ
2. ປະທານ ອພສ ເມືອງຊຽງຮ່ອນ
ພຣະອາຈານ ມຸງຄຸນ ສຸດທະພັນ
3. ປະທານ ອພສ ເມືອງເງິນ
ພຣະອາຈານ ຄຳແສງ ສິຣິທັມໂມ
4. ປະທານ ປະທານ ອພສ ເມືອງຫົງສາ
ພຣະອາຈານ ສົມພອນ ຄຳຈະເລີນ
5. ປະທານ ອພສ ເມືອງໄຊຍະບູລີ
ພຣະອາຈານ ວຽງສັກ ຈິດຕະປັນໂຍ ( ບຸດຈະເລີນ )
6. ປະທານ ອພສ ເມືອງພຽງ
ພຣະອາຈານ ບຸນລັດ ພິລາວັນ
7. ປະທານ ອພສ ເມືອງປາກລາຍ
ພຣະອາຈານ ຄຳພັດ ກັນທະວົງ
8. ປະທານ ອພສ ເມືອງທົ່ງມີໄຊ
ພຣະອາຈານ ບຸນເລີດ ປັນຍາ
9. ປະທານ ອພສ ເມືອງແກ່ນທ້າວ
ພຣະອາຈານ ເຮົ້າ ຈັນທະວົງ
10. ປະທານ ອພສ ເມືອງບໍ່ແຕນ
ພຣະອຈານ ທອງໃໝ່ ວົງສະໜິດ
11. ປະທານ ອພສ ເມືອງໄຊສະຖານ (ຍັງບໍ່ມີວັດ)
ຂໍ້ມູນຈາກຫ້ອງການ ອພສ ແຂວງໄຊຍະບູລີ