ອພສ ແຂວງຈຳປາສັກ

         ແຂວງຈຳປາສັກ ຕັ້ງຢູ່ພາກໃຕ້ສຸດຂອງປະເທດລາວ ທິດເໜືອຕິດກັບແຂວງສາລະວັນ ຍາວ 140 ກິໂລແມັດ, ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ ຍາວ 135 ກິໂລແມັດ, ທິດຕາເວັນອອກຕິດກັບແຂວງເຊກອງ ແລະ ແຂວງອັດຕະປື ຍາວ 180 ກິໂລແມັດ, ທິດຕົກຕິດກັບຣາຊນາຈັກໄທ ຍາວ 233 ກິໂລແມັດ, ມີເນື້ອທີ່ທັງໝົດ 15.350 ຕາຕະລາງແມັດ, ເປັນແຂວງທີ່ມີນໍ້າຂອງໄຫຼຜ່ານ,​ ຝັ່ງຕາເວັນອອກມີ 05 ເມືອງ 1 ນະຄອນ ມີຄື ນະຄອນປາກເຊ, ເມືອງຊະນະສົມບູນ, ເມືອງບາຈຽງຈະເລີນສຸກ, ເມືອງປາກຊ່ອງ, ເມືອງປະທຸມພອນ ແລະ ເມືອງໂຂງ ຝັ່ງຕາເວັນຕົກ ມີ 4 ເມືອງ ຄື: ເມືອງໂພນທອງ, ເມືອງຈໍາປາສັກ, ເມືອງສຸຂຸມາ ແລະ ເມືອງມຸນລະປາໂມກ. ພື້ນທີ່ແຂວງຈຳປາສັກ ມີສອງເຂດ ຄື ທົ່ງພຽງ ກວມ 74 ເປີເຊັນ ອຸນຫະພູມ 27 ອົງສາ, ເຂດພູພຽງ 26 ເປີເຊັນ ອຸນຫະພູມສະເລ່ຍ 21 ອົງສາ.

ແຂວງຈຳປາສັກ ເປັນແຂວງໃຫຍ່ລະດັບ 3 ຂອງປະເທດລາວ ຮອງຈາກນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເປັນສູນກາງທາງດ້ານການເມືອງ, ການປົກຄອງ ແລະ ເສດຖະກິດ ລວມເປັນໄປເຖີງການທ່ອງທຽ່ວໃນພາກໃຕ້ຂອງລາວ ເປັນແຂວງທີ່ມີແຫຼ່ງທ່ອງທຽ່ວທີ່ເປັນມໍລະດົກໂລກ ຄື ວັດພູຈຳປາສັກ ນອກນັ້ນກໍ່ຍັງມີວັດໂພທິຣັດຕະນະສາສະດາຣາມ (ວັດຫຼວງປາກເຊ), ວັດພູສ່າເຫຼົ້າ, ວັດຈອມເພັດ, ວັດສີພຸດທະບາດ, ວັດທາດ ເມືອງຈຳປາສັກ ແລະ ວັດອື່ນໆໃນທົ່ວແຂວງ, ມີແຫຼ່ງທ່ອງທຽ່ວທີ່ຫຼາກຫຼາຍທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ເປັນໃຈກາງທາງດ້ານການສຶກສາ ສາທາລະສະສຸກ ແລະ ອື່ນໆຂອງບັນດາແຂວງພາກໃຕ້.

ຈາກສະພາບຈຸດພິເສດທີ່ກ່າວມານັ້ນ ໄດ້ກາຍເປັນທ່າແຮງອັນໃຫຍ່ຫຼວງ ໃຫ້ແກ່ການພັດທະນາເສດຖາກິດ - ສັງຄົມ ຂອງແຂວງ ເປັນຕົ້ນ ແມ່ນພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງ ແລະ ປັບປຸງດີຂື້ນ ເສັ້ນທາງຄົມມະນະຄົມໄດ້ຂະຫຍາຍໄປສູ່ບັນດາເມືອງ ແລະ ຊົນນະບົດ ຫ່າງໄກສອກຫຼີກ ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊົນຊົນບັນດາເຜົ່າ ໃນການພັດທະນາເສດຖາກິດ ແລະ ປັບປຸງວິຖີຊິວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ.

ແຂວງຈຳປາສັກ ມີ 68 ກຸ່ມບ້ານ ມີ 641 ບ້ານ, ມີ 131.592 ຄອບຄົວ ປະຊາກອນທັງໝົດ 728.742 ຄົນ, ຍິງ 366.655 ຄົນ ສະເລ່ຍລາຍຮັບຂອງປະຊາຊົນ 3.050 ໂດລາສະຫະລັດ/ຄົນ/ປີ ມີຫຼາຍຊົນເຜົ່າຢູ່ຮ່ວມກັນ ປະຊາຊົນສ່ວນຫຼາຍພາຍໃນແຂວງຈຳປາສັກ ນັບຖືສາສະໜາພຸດກວມອັດຕາສ່ວນໃຫຍ່ເຖີງ 95 % ຂອງພົນລະເມືອງທັງໝົດ ( ຂໍ້ມູນປີ 2021 )

          ອົງການພຸດທະສາສະໜາສັມພັນລາວ ແຂວງຈຳປາສັກ ມີຄະນະກຳມະການບໍລິຫານງານ ອພສ ແຂວງຈຳປາສັກຈຳນວນ 28 ອົງ, ໃນນັ້ນຄະນະບໍລິຫານງານປະຈໍາການ ຈໍານວນ 8 ອົງ, ຄະນະບໍລິຫານງານ ອພສ ເມືອງ ຈໍານວນ 220 ອົງ, ໃນນັ້ນຄະນະບໍລິຫານງານປະຈຳການ ອພສ ເມືອງ/ນະຄອນ 70 ອົງ, ເຈົ້າອະທິການວັດ 818 ອົງ, ໃນທົ່ວແຂວງ ມີພຣະສົງ-ສາມະເນນທັງໝົດ ຈໍານວນ 3567 ອົງ, ໃນນີ້ເປັນສາມະເນນ ຈໍານວນ 1859 ອົງ,  ພໍ່ຂາວ 4 ຕົນ, ແມ່ຂາວ 46 ຕົນ, ສັງກາລີ 90 ຄົນ ມີວັດທັງໝົດ ຈໍານວນ 839 ວັດ, ໃນນີ້ຈໍານວນ 21 ວັດ ແມ່ນບໍ່ມີພຣະສົງສາມະເນນປະຈຳຢູ່ປົກະຕິ ທົ່ວແຂວງຈຳປາສັກ ມີໂຮງຮຽນມັດທະຍົມຕອນຕົ້ນສົງ 9 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍສົງ 1 ແຫ່ງ ແລະ ໂຮງຮຽນວິທະຍາໄລຄູສົງ 1 ແຫ່ງ.

ຄະນະບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ ແຂວງຈໍາປາສັກ

v       ປະທານ ອພສ ແຂວງ
         ພຣະອາຈາຣຍ໌ໃຫຍ່ ມະຫາສຸວັນ ຈັນທະລາດ

v       ຮອງປະທານ ອພສ ແຂວງ
          1. ພຣະອາຈານ ອ່ອນ ເດດວໍລະຈັກ
          2. ພຣະອາຈານ ໂສພາ ປັດໂຊໂຕ
          3. ພຣະອາຈານ ສັກດາ ສີມະໂນທໍາ
         4. ພຣະອາຈານ ຮສ. ປອ. ຄໍາຕູ້ ອິນທະວົງ

v       ຄະນະບໍລິຫານງານປະຈຳການ ອພສ ແຂວງ
        1. ພຣະອາຈານ ບຸນຫອມ ວັນສີລິ
        2. ພຣະອາຈານ ປທ. ອຸດົມສັກ ແກ້ວພັນທະວົງ
        3. ພຣະອາຈານ ປທ. ສີເມືອງ ວົງທະທອງດຳ 

v      

        ຫົວໜ້າ, ຮອງຫົວໜ້າ ຫ້ອງການບໍລິຫານງານ ແລະ ກັມມາທິການຕ່າງໆ

1.      ຫ້ອງການບໍລິຫານງານ ອພສ ແຂວງ

1. ພຣະອາຈານ ໂສພາ ປັດໂຊໂຕ            ຫົວໜ້າ

2. ພຣະອາຈານ ບຸນກອງ ໂພທິລາດ        ຮອງ

3. ພຣະອາຈານ ປທ. ຄຳໃສ ຈັນທລາດ     ຮອງ

2.      ກັມມາທິການ ປົກຄອງສົງແຂວງ

1. ພຣະອາຈານ ອ່ອນ ເດດວໍລະຈັກ                      ຫົວໜ້າ

2. ພຣະອາຈານ ປອ. ແສງສະຫວັນ ສີລິຈັນໂທ       ຮອງ

3. ພຣະອາຈານ ໂອດ  ຄຳປະສົງ                            ຮອງ

3.      ກັມມາທິການ ສຶກສາສົງແຂວງ

1. ພຣະອາຈານ ສັກດາ ສີມະໂນທຳ                   ຫົວໜ້າ

2. ພຣະອາຈານ ປທ. ສີເມືອງ ວົງທະທອງດຳ      ຮອງ

3. ພຣະອາຈານ ວິລະພົງ ໝັ້ນຄົງ                      ຮອງ

4.      ກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

1. ພຣະອາຈານ ບຸນຫອມ ວັນສີລິ                     ຫົວໜ້າ

2. ພຣະອາຈານ ບຸນຕາ ແກ້ວບົວພາ                 ຮອງ

3. ພຣະອາຈານ ປທ. ຄຳວິໄລ ປັດຕະທັມມະວົງ    ຮອງ

5.      ກັມມາທິການ ສາທາຣະນູປະການ

1. ພຣະອາຈານ ຮສ. ປອ. ຄໍາຕູ້ ອິນທະວົງ     ຫົວໜ້າ

2. ພຣະອາຈານ ສຸລິຍາ ແກ້ວພີມສະໝຸດ      ຮອງ

3. ພຣະອາຈານ ຄຳຈັນ ສີປະເສີດ                  ຮອງ

6.      ກັມມາທິການ ການຕ່າງປະເທດ

1. ພຣະອາຈານ ປທ. ອຸດົມສັກ ແກ້ວພັນທະວົງ      ຫົວໜ້າ

2. ພຣະອາຈານ ປທ. ຈິດຕະວົງ ແສງແກ້ວ             ຮອງ

v  

      ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງ

1.      ປະທານ ອພສ ນະຄອນປາກເຊ
            ພຣະອາຈານ ອ່ອນ ເດດວໍລະຈັກ

2.      ປະທານ ອພສ ເມືອງຊະນະສົມບູນ
            ພຣະອາຈານ ຄໍາພັກ ພົມມະໄຊ

3.      ປະທານ ອພສ ເມືອງໂຂງ
            ພຣະອາຈານ ບຸນສີ ຄໍາສະຫວັດ

4.      ປະທານ ອພສ ເມືອງໂພນທອງ
            ພຣະອາຈານ ປູນາ ສີຫາລາດ

5.      ປະທານ ອພສ ເມືອງຈໍາປາສັກ
           ພຣະອາຈານ ຂາວພອນ ວົງພົມ

6.      ປະທານ ອພສ ເມືອງສຸຂຸມາ
           ພຣະອາຈານ ບົວທອງ ມະນີວົງ

7.      ປະທານ ອພສ ເມືອງມຸນລະປາໂມກ
           ພຣະອາຈານ ບຸນຈັນ ສຸທັມມະໂສສານ

8.      ປະທານ ອພສ ເມືອງປະທຸມພອນ
            ພຣະອາຈານ ບຸນຊູ ວົງທະທອງດຳ

9.      ປະທານ ອພສ ປາກຊ່ອງ
           ພຣະອາຈານ ບຸນມາ ສີປະເສີດ

        ປະທານ ອພສ ເມືອງບາຈຽງຈະເລີນສຸກ
            ພຣະອາຈານ ບຸນຮຽງ ເທບອິນທາ

 

ຫ້ອງການບໍລິຫານງານ ອພສ ແຂວງຈຳປາສັກ
ຕັ້ງຢູ່ວັດໂພທິຣັດຕະນະສາສະດາຣາມ ( ວັດຫຼວງ) ນະຄອນປາກເຊ

ເຟສບຸກ, ເພລ: ຫ້ອງການບໍລິຫານງານ ອພສ ແຂວງຈຳປາສັກ.

Post a Comment

0Comments

Post a Comment (0)