ພາຣະບົດບາດ, ສິດ ແລະ ໜ້າທີ່ ຂອງກັມມາທິການ ສາທາຣະນູປະການ
ກັມມາທິການສາທາຣະນູປະການ ມີພາຣະບົດບາດ ໃນການຄຸ້ມ ຄອງ, ກໍ່ສ້າງ ແລະ ບູຣະນະປະຕິສັງຂອນ ສາສະນະສະຖານ, ສາສະນະ ວັດຖຸ, ປູຊະນີຍະວັດຖຸ ແລະ ສາສະນະສົມບັດ ຂອງພຣະພຸດທະສາ ສະໜາ ໃນຂອບເຂດທົ່ວປະເທດ, ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.
ສໍາລັບ ກັມມາທິການສາທາຣະນູປະການ ຂອງສູນກາງອົງການ ພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ ວ່າ “ກສປ”, ສ່ວນກັມມາທິການສາທາຣະນູປະການ ຂອງອົງການພຸດ ທະສາສະໜາສັມພັນລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຂຽນເປັນຕົວອັກສອນຫຍໍ້ວ່າ “ກສປ”.
ກັມມາທິການສາທາຣະນູປະການ ຂອງສູນກາງອົງການພຸດທະ ສາສະໜາສັມພັນ ແຫ່ງ ສປປ ລາວ, ອົງການພຸດທະສາສະໜາສັມພັນ ລາວ ແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ;
2. ສ້າງຂໍ້ກໍານົດ, ກົດລະບຽບ, ມະຕິ, ຂໍ້ຕົກລົງ ແລະ ຄໍາສັ່ງອື່ນ ກ່ຽວກັບການປົກປັກຮັກສາ, ສ້າງສາພັດທະນາຖາວອນວັດຖຸ,ສາສະນະສົມບັດ, ບູຮານສະຖານ, ບູຮານວັດຖຸ, ປູຊະນີຍະ ວັດຖຸ, ທີ່ທໍຣະນີສົງ ແລະ ຊັບສິນສົມບັດອື່ນ ຂອງພຣະພຸດທະ ສາສະໜາ ໃຫ້ຖືກຕ້ອງຕາມຫຼັກພຣະທັມມະວິນັຍ, ກົດໝາຍ ແລະ ລະບຽບການ;
3. ຄົ້ນຄວ້າ, ສ້າງຂໍ້ກໍານົດ ແລະ ກົດລະບຽບ ກ່ຽວກັບການສ້າງ ວັດ, ການຍ້າຍວັດ, ການຍຸບເລີກວັດ, ການສ້າງ ພຣະພຸດທະ ຮູບ, ກຸຕີ, ສາລາໂຮງທັມ, ພັດທະສີມາ, ການຂອດພັດທະສີມາ ແລະ ສິ່ງກໍ່ສ້າງອື່ນ ກ່ຽວກັບພຣະພຸດທະສາສະໜາ ເພື່ອປົກປັກ ຮັກສາ ຄວາມເປັນເອກະລັກຂອງພຣະພຸດທະສາສະໜາ ແລະ ຂອງຊາດ ໃຫ້ຖືກຕາມຫຼັກພຣະທັມມະວິນັຍ, ກົດໝາຍ ແລະ ລະບຽບການ;
4. ຄົ້ນຄວ້າ, ສ້າງຂໍ້ກໍານົດ ແລະ ກົດລະບຽບພາຍໃນ ຂອງມູນນິທິ ທາງພຣະພຸດທະສາສະໜາ ລວມທັງສ້າງແຜນງານ, ແຜນດໍາ ເນີນງານ ຂອງມູນນິທິດັ່ງກ່າວ ເພື່ອປົກປັກຮັກສາ ສາສະນະ ວັດຖຸໃຫ້ໝັ້ນຄົງ ແລະ ຈະເຣີນສືບໄປ;
5. ຊີ້ນໍາ, ນໍາພາ ການຮິບໂຮມ, ທ້ອນໂຮມ ແລະ ຮຽບຮຽງ ເອກະສານເກົ່າແກ່ ທັງເປັນ ໜັງສືໃບລານ, ພັບສາ, ປື້ມ ແລະ ວັດຖຸ ທີ່ເປັນປະໂຫຍດແກ່ ພຣະພຸດທະສາສະໜາ ແລະ ປະເທດຊາດ;
6. ສ້າງຂະບວນການ ຟື້ນຟູຢາພື້ນເມືອງ, ປູກຕົ້ນໄມ້ເປັນຢາ, ກ້າເບ້ຍໄມ້ ລວມທັງການຮັກສາອະນາໄມ ສາມ ສະອາດ, ການ ຕ້ານພະຍາດ, ປົກປັກຮັກສາສິ່ງແວດລ້ອມ ຊີວະນາໆ ພັນ ແລະ ຂະບວນການອື່ນ ຕາມຫຼັກພຣະທັມມະວິນັຍ ແລະ ຄໍາສອນ ທາງພຣະພຸດທະສາສະໜາ.
ຄະນະບໍລິຫານກັມມາທິການ
ສາທາຣະນູປະການ ສະໄໝທີ 8 ປະກອບດ້ວຍ:
1. ພຣະອາຈານ ບຸນທະວີ ປະສິດທິສັກ
ຫົວໜ້າກັມມາທິການ
ລົງເລິກຫ້ອງການ ແລະ ໜ່ວຍງານພຸດທະສິລະປະ.
2. ພຣະອາຈານ ຄໍາວັນ ວໍລະເດດ
ຫົວໜ້າວິຊາການ,
ລົງເລິກໜ່ວຍງານຫນັງສືຜູກໃບລານ ແລະ ໜ່ວຍງານສາສະນະພິທີ.
3. ພຣະອາຈານ ບຸນເສີຍ ເພົາພາສິດ
ຫົວໜ້າບໍລິຫານ,
ລົງເລິກໜ່ວຍງານຢາພື້ນເມືອງ ແລະ ໜ່ວຍງານສັງຄົມສົງເຄາະ.
ຫົວໜ້າກັມມາທິການ
ລົງເລິກຫ້ອງການ ແລະ ໜ່ວຍງານພຸດທະສິລະປະ.
ຫົວໜ້າວິຊາການ,
ລົງເລິກໜ່ວຍງານຫນັງສືຜູກໃບລານ ແລະ ໜ່ວຍງານສາສະນະພິທີ.
ຫົວໜ້າບໍລິຫານ,
ລົງເລິກໜ່ວຍງານຢາພື້ນເມືອງ ແລະ ໜ່ວຍງານສັງຄົມສົງເຄາະ.