ແຂວງອຸດົມໄຊ ຕັ້ງຢູ່ທາງພາກເໜືອ ຂອງປະເທດລາວ ຕາມເສັ້ນທາງ ເລກທີ 13 N ມີພື້ນທີ່ເປັນລັກສະນະພູພຽງ ມີອາກາດໜາວເກືອບຕະຫລອດປີ ແຂວງອຸດົມໄຊ ມີ 7 ເມືອງ ມີ 470 ບ້ານ ມີ 15 ຊົນຜົ່າ ມີປະຊາກອນທັງໝົດ 342,228 ຄົນ, ຍິງ 170,782 ຄົນ (2021) ໃນນັ້ນ ນັບຖືສາສະໜາພຸດ ກວມເອົາ 19,12% ຂອງປະຊາກອນທັງໝົດ.
ອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ ມີຄະນະກໍາມະການບໍລິຫານງານ ຈໍານວນ 25 ອົງ, ຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈໍານວນ 9 ອົງ, ຄະນະ ອພສ ເມືອງ ຈໍານວນ 47 ອົງ, ໃນທົ່ວແຂວງ ມີພຣະສົງສາມະເນນທັງໝົດ ຈໍານວນ 598 ອົງ, ໃນນີ້ເປັນສາມະເນນ ຈໍານວນ 479 ອົງ, ມີວັດທັງໝົດ ຈໍານວນ 95 ວັດ, ໃນນີ້ຈໍານວນ 18 ວັດ ແມ່ນບໍ່ມີພຣະສົງສາມະເນນອາໃສຢູ່ (ວັດຮ້າງ) ທົ່ວແຂວງອຸດົມໄຊ ມີໂຮງຮຽນມັດທະຍົມ ສົມບູນສຶກສາສົງ 1 ແຫ່ງ ແລະ ໂຮງຮຽນມັດທະຍົມສົງຕອນຕົ້ນ 1 ແຫ່ງ.
ຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງອຸດົມໄຊ
ປະທານ ອພສ ແຂວງ
ພຣະອາຈານ ຄໍາແພງເພັດ ຄູນປະເສີດ
ຮອງປະທານ ອພສ ແຂວງ
1. ພຣະອາຈານ ສົມນຶກ ສິຣິປຸນໂຍ
2. ພຣະອາຈານ ບຸນທັນ ອິນທະວົງ
3. ພຣະອາຈານ ມະຫາລັດສະຫມີ ສຸດທິສັກ
4. ພຣະອາຈານ ຄໍາຜູຍ ບຸບຜາພອນ
5. ພຣະອາຈານ ທອງລາດ ໄຊຍະເດດ
- ຫົວຫນ້າຫ້ອງການ ແລະ ຫົວຫນ້າກັມມາທິການ
1. ຫົວຫນ້າຫ້ອງການບໍລິຫານງານ ອພສ ແຂວງ
ພຣະອາຈານ ບຸນທັນ ອິນທະວົງ
2. ຫົວຫນ້າກັມມາທິການ ປົກຄອງສົງແຂວງ
ພຣະອາຈານ ສົມນຶກ ສິຣິປຸນໂຍ
3. ຫົວຫນ້າກັມມາທິການ ສຶກສາສົງແຂວງ
ພຣະອາຈານ ທອງລາດ ໄຊຍະເດດ
4. ຫົວຫນ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ
ພຣະອາຈານ ມະຫາລັດສະຫມີ ສຸດທິສັກ
5. ຫົວຫນ້າກັມມາທິການ ສາທາຣະນູປະການ
ພຣະອາຈານ ຄໍາຜູຍ ບຸບຜາພອນ
6. ຫົວຫນ້າກັມມາທິການ ການຕ່າງປະເທດ
ພຣະອາຈານ ບຸນທັນ ອິນທະວົງ
ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງ
1. ປະທານ ອພສ ເມືອງໄຊ
ພຣະອາຈານ ສົມນຶກ ສິຣິປຸນໂຍ
2. ປະທານ ອພສ ເມືອງຮຸນ
ພຣະອາຈານ ຈັນທອນ ຈັນທະທັມໂມ
3. ປະທານ ອພສ ເມືອງແບງ
ພຣະອາຈານ ບຸນທ່ຽງ ວິຣະສຸຈິດໂຕ
4. ປະທານ ປະທານ ອພສ ເມືອງປາກແບງ
ພຣະອາຈານ ສົມພົງ ພຸດທະລັງສີ
5. ປະທານ ອພສ ເມືອງງາ
ພຣະອາຈານ ມຸງຄຸນ ຫຼ້າຄໍາຮັກ
6. ປະທານ ອພສ ເມືອງຫຼາ
ພຣະອາຈານ ວົງເດືອນ ວັດທະໂກ
7. ປະທານ ອພສ ເມືອງນາຫມໍ້
ພຣະອາຈານ ສັກ ສຸລິຍະຂັນໂທ
ຂໍ້ມູນຈາກຫ້ອງການ ອພສ ແຂວງອຸດົມໄຊ
ເຟສບຸກ : ອພສ ແຂວງອຸດົມໄຊ