ອພສ ແຂວງບໍ່ແກ້ວ

         ແຂວງບໍ່ແກ້ວ ຕັ້ງຢູ່ທິດຕາເວັນຕົກສຽງເໜືອຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທິດຕາເວັນຕົກມີຊາຍແດນຕິດກັບຣາຊະອານາຈັກໄທ ແລະ ຕິດກັບປະເທດມ້ຽມມາ, ແຂວງບໍ່ແກ້ວເປັນແຂວງພູດອຍມີເນື້ອທີ່ທັງໝົດ 6,196 ກມ2  ແຂວງບໍ່ແກ້ມມີ  5 ເມືອງ.

ອົງການພຸດທະສາສະໜາສັມພັນລາວແຂວງບໍ່ແກ້ວ ມີຄະນະກັມມະການບໍລິຫານງານ ຈຳນວນ 25 ອົງ, ຄະນະທີ່ປຶກສາ ອພສ ແຂວງ 4 ອົງ, ຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈຳນວນ 9 ອົງ, ຄະນະ ອພສ ເມືອງ ຈໍານວນ 73 ອົງ, ມີວັດໃນທົ່ວແຂວງທັງໝົດ 120 ວັດ, ເຈົ້າອະທິການວັດ 112 ອົງ, ຄະນະກັມມະການສູນກາງ ອພສ 2 ອົງ, ຄະນະກຳມະການສູນກາງແນວລາວສ້າງຊາດ 1 ອົງ, ຄະນະກຳມະການແນວລາວສ້າງຊາດແຂວງ 2 ອົງ, ໃນທົ່ວແຂວງມີພຣະສົງສາມະເນນທັງໝົດ ຈໍານວນ 895 ອົງ, ໃນນັ້ນ ພຣະພິກຂຸ 119 ອົງ, ສາມະເນນ 776 ອົງ, ວັດທີ່ມີພຣະສົງສາມະເນນ ອາໄສຢູ່ 113 ວັດ, ວັດບໍ່ມີພຣະເນນຢູ່ 8 ວັດ, (ວັດຮ້າງ) ທົ່ວແຂວງບໍ່ແກ້ວ ມີໂຮງຮຽນມັດທະຍົມສຶກສາສາສົມບູນສົງແຂວງ 1 ແຫ່ງ ຕັ້ງຢູ່ວັດຈອມເຂົາມະນີຣັຕນ໌ ບ້ານໃຫຍ່ຫ້ວຍຊາຍເໜືອ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.  

 

ຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງບໍ່ແກ້ວ

ຄະນະທີ່ປຶກສາ ອພສ ແຂວງ

                      1.  ພຣະອາຈາຣຍ໌ໃຫຍ່ ຄຣູບາຄໍາແສນ ພົມປັນຍາ

                      2.  ພຣະອາຈາຣຍ໌ໃຫຍ່ ຄໍາຄູນ ດວງອາໄພວົງສ໌

                      3.  ພຣະອາຈາຣຍ໌ໃຫຍ່ ອຸ່ນແສງ ຈັນທະວົງ

                      4.  ພຣະອາຈາຣຍ໌ໃຫຍ່ ຕາຄໍາ ປັນຍານາກ

ປະທານ ອພສ ແຂວງ

          1.  ພຣະອາຈາຣຍ໌ໃຫຍ່ ຄໍາເງິນ ຄໍາວົງສ໌

ຮອງປະທານ ອພສ ແຂວງ

              1.  ພຣະອາຈາຣຍ໌ ປທ. ໄຊຍະພອນ ສີປັນຍາ

              2.  ພຣະອາຈາຣຍ໌ ຄໍາພິງ ພິມມະກອງ

              3.  ພຣະອາຈາຣຍ໌ ວັດຊະຣະ ຂັດຕິຍະ

              4.  ພຣະອາຈາຣຍ໌ ບຸນເຕັ່ງ ອະນຸສີ

              5.  ພຣະອາຈາຣຍ໌ ສົມສັກ ທິບພະສອນ

 

ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ

                1.  ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

                         ພຣະອາຈາຣຍ໌ ປທ. ໄຊຍະພອນ ສີປັນຍາ

                        ພຣະອາຈາຣຍ໌ ສີແພງ  ວົງພະຈິດ        ຮອງຫົວໜ້າຫ້ອງການ

                        ພຣະອາຈາຣຍ໌  ທອງສີ  ນັດບົວຮັກ      ຮອງຫົວໜ້າຫ້ອງການ


        2.  ຫົວໜ້າກັມມາທິການ ປົກຄອງສົງແຂວງ

             ພຣະອາຈາຣຍ໌ ບຸນເຕັ່ງ ອະນຸສີ


        3.  ຫົວໜ້າກັມມາທິການ ສຶກສາສົງແຂວງ

                         ພຣະອາຈາຣຍ໌ ປທ. ໄຊຍະພອນ ສີປັນຍາ

                   4.  ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ

                         ພຣະອາຈາຣຍ໌ ແຮ່ສະຫວັນ ສີລາຈັນ

                   5.  ຫົວໜ້າກັມມາທິການ ສາທາຣະນູປະການແຂວງ

                         ພຣະອາຈາຣຍ໌ ວັດຊະຣະ ຂັດຕິຍະ

                   6.  ຫົວໜ້າກັມມາທິການ ການຕ່າງປະເທດ

                         ພຣະອາຈາຣຍ໌ ຄໍາພິງ ພິມມະກອງ

 

ປະທານອົງການພຸດທະສາສະໜາສັມພັນລາວ ເມືອງ

                        1.  ປະທານ ອພສ ເມືອງຫ້ວຍຊາຍ

                             ພຣະອາຈາຣຍ໌ ບຸນນຳ ທັມມະວົງ

                             2.  ປະທານ ອພສ ເມືອງຕົ້ນເຜິ້ງ

                             ພຣະອາຈາຣຍ໌ ສົມສັກ ທິບພະສອນ

                             3.  ປະທານ ອພສ ເມືອງປາກທາ

                             ພຣະອາຈາຣຍ໌ ບຸນໄຊ ອຸ່ນແກ້ວ

                             4.  ປະທານ ອພສ ເມືອງຜາອຸດົມ

                             ພຣະອາຈາຣຍ໌ ວັນທອງ ບຸນແພງລາດ

                             5.  ປະທານ ອພສ ເມືອງເມິງ

                             ພຣະອາຈາຣຍ໌ ນຸກ ກິດສະລາດ


ຂໍ້ມູນຈາກຫ້ອງການບໍລິຫານງານ ອພສ ແຂວງບໍ່ແກ້ວ
ເຟສບຸກ: ອົງການພຸດທະສາສະໜາສັມພັນລາວແຂວງ ບໍ່ແກ້ວ

Post a Comment

0Comments

Post a Comment (0)