ກັມມາທິການການຕ່າງປະເທດ

 

ພາຣະບົດບາດສິດ ແລະ ໜ້າທີ່ ຂອງກັມມາທິການ ການຕ່າງປະເທດ 

        ກັມມາທິການ ການຕ່າງປະເທດ ມີພາຣະບົດບາດ ໃນການຄຸ້ມ ຄອງບໍລິຫານ ວຽກງານການພົວພັນ ແລະ ຮ່ວມມືກັບຕ່າງປະເທດ ກ່ຽວ ກັບວຽກງານ ພຣະພຸດທະສາສະໜາ ແລະ ສາສະໜາອື່ນ ລວມທັງວຽກ ງານອື່ນທີ່ກ່ຽວຂ້ອງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. 

        ສໍາລັບກັມມາທິການ ການຕ່າງປະເທດ ຂອງສູນກາງອົງການ ພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂຽນເປັນຕົວອັກສອນຫຍໍ້ ວ່າ ກຕປສ່ວນກັມມາທິການ ການຕ່າງປະເທດ ຂອງອົງການພຸດທະ ສາສະໜາສັມພັນລາວ ແຂວງນະຄອນຫຼວງ ຂຽນເປັນຕົວອັກສອນຫຍໍ້ ວ່າ ກຕປ

        ກັມມາທິການ ການຕ່າງປະເທດ ຂອງສູນກາງອົງການພຸດທະ ສາສະໜາສັມພັນ ແຫ່ງ ສປປ ລາວອົງການພຸດທະສາສະໜາສັມພັນ ລາວ ແຂວງນະຄອນຫຼວງ ມີ ສິດ ແລະໜ້າທີ່ ຕາມຂອບເຂດຄວາມ ຮັບຜິດຊອບຂອງຕົນ ດັ່ງນີ້: 

1. ຮັບຜິດຊອບບໍລິຫານລວມ ໃນທຸກວຽກງານຂອງ ກັມມາທິການ

2. ສ້າງຂໍ້ກໍານົດກົດລະບຽບມະຕິຂໍ້ຕົກລົງ ແລະ ຄໍາສັ່ງອື່ນ ກ່ຽວກັບການຕ່າງປະເທດ ເປັນຕົ້ນ ການເຂົ້າຮ່ວມປະຊຸມເຜີຍແຜ່ຝຶກອົບຮົມໄປສຶກສາຢ້ຽມຢາມ ແລະ ການເຄື່ອນໄຫວອື່ນທີ່ກ່ຽວຂ້ອງ ຢູ່ຕ່າງປະເທດ ໂດຍມີການປະສານສົມທົບກັບກະຊວງອົງການທຽບເທົ່າກະຊວງພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ

3. ສ້າງ ພຣະສະມະນະທູດ ໂດຍຮັບປະກັນ ທັງປະຣິມານ ແລະ ຄຸນນະພາບ ເພື່ອໄປເຜີຍແຜ່ວຽກງານພຣະພຸດທະສາສະໜາ ຢູ່ຕ່າງປະເທດ ຕາມໂອກາດ ແລະ ຄວາມເໝາະສົມ

4. ສ້າງຕັ້ງໜ່ວຍງານພຣະສະມະນະທູດ ເພື່ອທໍາໜ້າທີ່ໃນການນໍາ ເອົາຫຼັກສີລທັມ ຂອງພຣະພຸດທະສາສະໜາ ຕະຫຼອດເຖິງ ຮີດຄອງປະເພນີວັດທະນະທັມ ອັນດີງາມຂອງລາວ ໄປເຜີຍແຜ່ຢູ່ຕ່າງປະເທດ

5. ຄົ້ນຄວ້າບຸກຄະລາກອນສົງ ທີ່ມີຄຸນສົມບັດຄວາມຮູ້ຄວາມ ສາມາດ ດ້ານພຣະທັມມະວິນັຍ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ແລ້ວນໍາສະເໜີຄະນະປະທານ ສູນກາງອົງການພຸດທະ ສາສະໜາສັມພັນ ແຫ່ງ ສປປ ລາວອົງການພຸດທະສາສະໜາ ສັມພັນລາວ ແຂວງນະຄອນຫຼວງກະຊວງ ອົງການທຽບເທົ່າ ກະຊວງພະແນກການ ແລະ ທີ່ກ່ຽວຂ້ອງ ເພື່ອແຕ່ງຕັ້ງໄປ ເຜີຍແຜ່ພຣະພຸດທະສາສະໜາ ຢູ່ຕ່າງປະເທດ

6. ຄົ້ນຄວ້າ ແລະ ສ້າງຂໍ້ຕົກລົງ ຫຼື ສັນຍາຮ່ວມມືກັບຕ່າງປະເທດພາກພື້ນ ແລະ ສາກົນ ທີ່ກ່ຽວຂ້ອງ ເພື່ອແລກປ່ຽນການສຶກສາ ສົງເຜີຍແຜ່ສີລະທັມຮີດຄອງປະເພນີ ແລະ ວັດທະນະທໍາ.

ຄະນະບໍລິຫານກັມມາທິການ
ການຕ່າງປະເທດ ສະໄໝທີ8 ປະກອບດ້ວຍ:

1. ພຣະອາຈານ ປອ. ດໍາຣົງ ພິມມະຈັກ
ຫົວໜ້າກັມມາທິການ

2.  ພຣະອາຈານ ປອຫົງສາ ບໍຣິບູນ
ຮອງຫົວໜ້າຫົວໜ້າກັມມາທິການ
ຮັບຜິດຊອບຝ່າຍບໍລິຫານ ແລະ ຫ້ອງການ

3.  ພຣະອາຈານ ປທ. ພູຄໍາ ແກ້ວປະທຸມ 
ຮອງຫົວໜ້າກັມມາທິການ ຮັບຜິດຊອບຝ່າຍວິຊາການ

Post a Comment

0Comments

Post a Comment (0)