ອພສ ແຂວງຫົວພັນ

         ແຂວງຫົວພັນ ຕັ້ງຢູ່ທາງພາກເໜືອຂອງ ປະເທດລາວ ມີເນື້ອທີ່ລວມທັງໝົດ 16,500 ກມ2 ມີອາກາດໜາວເກືອບຕະຫລອດປີ ແຂວງຫົວພັນມີ 10 ເມືອງ ມີ 728 ບ້ານ, ມີ 53,996 ຫຼັງຄາເຮືອນ, ມີ 52,469 ຄົວເຮືອນ, ມີ 09 ຊົນຜົ່າ, ມີປະຊາກອນທັງໝົດ 305,413 ຄົນ, ຍິງ 148,730 ຄົນ (ຕາມສະຖິຕິປີ 2019) ປະຊາຊົນທີ່ນັບຖືສາສະໜາພຸດ ກວມເອົາ 28,6ມີການເຊື່ອຖືບັນພະບູລຸດ ກວມເອົາ 70% ແລະ ຄວາມເຊື່ອຖືອື່ນໆ 1,4% (ສະເພາະການເຊື່ອຖືອີງຕາມການສຳຫຼວດປະຊາກອນປີ 2015 ເຊິງມີປະຊາກອນ 289,393 ຄົນ).

    ອົງການພຸດທະສາສະໜາສັມພັນລາວ ແຂວງແຂວງຫົວພັນ ມີຄະນະກຳມະການບໍລິຫານງານ ຈຳນວນ 25 ອົງ, ຄະນະບໍລິຫານງານປະຈໍາການ ອ.ພ.ສ ແຂວງ ຈຳນວນ 9 ອົງ, ຄະນະ ອ.ພ.ສ ເມືອງ ຈໍານວນ 31 ອົງ, ເຈົ້າອະທິການວັດ 69 ອົງ, ໃນທົ່ວແຂວງມີພຣະສົງສາມະເນນທັງໝົດ ຈໍານວນ 241  ອົງ, ໃນນີ້ເປັນສາມະເນນ ຈໍານວນ 128 ອົງ,  ມີວັດທັງໝົດ ຈຳນວນ 239 ວັດ, ໃນນີ້ຈໍານວນ 157 ວັດ ແມ່ນບໍ່ມີພຣະສົງສາມະເນນອາໃສຢູ່ (ວັດຮ້າງ) ທົ່ວແຂວງຫົວພັນ ມີໂຮງຮຽນມັດທະຍົມສຶກສາສາມັນສົງ 01 ແຫ່ງ.

 

ຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ ແຂວງຫົວພັນ

v  ປະທານ ອ.ພ.ສ ແຂວງ
ພຣະອາຈານ ລຳພັນ ບຸນມີໄຊ 

v    v  ຮອງປະທານ ອ.ພ.ສ ແຂວງ

1. ພຣະອາຈານ ພັນ ລິດດາສັກ

2.​​ ພຣະອາຈານ ລິນທອງ ບຸນທະມີໄຊ

3. ພຣະອາຈານ ອິ່ນແກ້ວ ວົງວິໄລທອງ

4. ພຣະອາຈານ ເຄນຊິນ ເພັດສຸກສໍາພັນ 

v    v  ຫົວໜ້າຫ້ອງການ ແລະຫົວໜ້າກັມມາທິການ

1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

          ພຣະອາຈານ ອິ່ນແກ້ວ ວົງວິໄລທອງ

2. ຫົວໜ້າກັມມາທິການ ປົກຄອງສົງແຂວງ

          ພຣະອາຈານ ເຄນຊິນ ເພັດສຸກສໍາພັນ

3. ຫົວໜ້າກັມມາທິການ ສຶກສາສົງແຂວງ

          ພຣະອາຈານ ພັນ ລິດດາສັກ

4. ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ

          ພຣະອາຈານ ລິນທອງ ບຸນທະມີໄຊ

5. ຫົວໜ້າກັມມາທິການ ສາທາຣະນູປະການ

          ພຣະອາຈານ ທອງດຳ ສີຣິທັມໂມ

6. ຫົວໜ້າກັມມາທິການ ການຕ່າງປະເທດ

          ພຣະອາຈານ ອິ່ນແກ້ວ ວົງວິໄລທອງ

v    v  ປະທານ ອົງການພຸດທະສາສະໜາສັມພັນລາວ ເມືອງ

1. ປະທານ ອ.ພ.ສ ເມືອງຊໍາເໜືອ

          ພຣະອາຈານ ເຄນຊິນ ເພັດສຸກສໍາພັນ

2. ປະທານ ອ.ພ.ສ ເມືອງວຽງໄຊ

          ພຣະອາຈານ ອິ່ນແກ້ວ ວົງວິໄລທອງ

3. (ຮັກສາການ) ປະທານ ອ.ພ.ສ ເມືອງສົບເບົາ

          ພຣະອາຈານ ຄອນສະຫວັນ ທັມມະວົງ

4. ປະທານ ອ.ພ.ສ ເມືອງຮຽມ

          ພຣະອາຈານ ...............

5. (ຮັກສາການ) ປະທານ ອ.ພ.ສ ເມືອງຊໍາໃຕ້

          ພຣະອາຈານ ພອນຄຳ ປຸນຍະວາ

6. ປະທານ ອ.ພ.ສ ເມືອງຊ່ອນ

          ພຣະອາຈານ ຄຳພັນ ໄຊສົມແພງ

7. ປະທານ ອ.ພ.ສ ເມືອງຊຽງຄໍ້

          ພຣະອາຈານ ທອງດຳ ສີຣິທັມໂມ

8. ປະທານ ອ.ພ.ສ ເມືອງກວັນ

ພຣະອາຈານ ຈັນໄຕ ຂັນຕິສຸກ

9. ປະທານ ອ.ພ.ສ ເມືອງຫົວເມືອງ

ພຣະອາຈານ ຄຳແກ້ວ ໄຊຍະສິດ

10. (ຮັກສາການ)  ປະທານ ອ.ພ.ສ ເມືອງແອດ

          ພຣະອາຈານ ດຳມີ້ ຫຼວງລາດ

 

ຂໍ້ມູນຈາກຫ້ອງການ ອ.ພ.ສ ແຂວງຫົວພັນ

Facebook: ອົງການພຸດທະສາສະໜາສັມພັນລາວ ແຂວງຫົວພັນ

Post a Comment

1Comments

  1. ອພສ ແຂວງຫົວພັນ ໃຊ້ Web site: https://www.hpbfo.com/

    ReplyDelete
Post a Comment