ອພສ ແຂວງຫຼວງພະບາງ

         ແຂວງຫຼວງພະບາງ ຕັ້ງຢູ່ທິດເໝືອຂອງ ສປປລາວ, ມີຊາຍແດນຕິດຈອດກັບ 7 ແຂວງ ຂອງ ສປປ ລາວ ແລະ 2 ແຂວງ ຂອງ ສສ ຫວຽດນາມ ຄື: ແຂວງດຽນບຽນ ແລະເຊີນລາ; ມີເນື້ອທີ່ທັງໝົດ 16.875 ກິໂລຕາແມັດ, ເປັນແຂວງພູດອຍກວມເອົາ 85% ຂອງພື້ນທີ່ທົ່ວແຂວງ, ແຂວງຫຼວງພະບາງ ປະກອບມີ 11 ເມືອງ ແລະ 1 ນະຄອນ, ມີ 755 ບ້ານ, ມີ 83.032 ຄອບຄົວ, ມີພົນລະເມືອງທັງໝົດ 469.785 ຄົນ, ຍິງ 232.785 ຄົນ, ປະກອບມີ 13 ຊົນເຜົ່າ; ປະຊາຊົນບັນດາເຜົ່າສ່ວນຫຼາຍ ມີອາຊີບປູກຝັງ-ລ້ຽງສັດ ເປັນສິນຄ້າ, ເຮັດການບໍລິການ ແລະອື່ນໆ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ມີການຂະຫຍາຍຕົວທີ່ດີກ່ວາເກົ່າ; ມີນະຄອນຫຼວງພະບາງ ເປັນເມືອງມໍລະດົກໂລກ, ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍທາງດ້ານປະຫວັດສາດ ວັດທະນະທຳ ແລະທຳມະຊາດ, ເປັນໃຈກາງທາງດ້ານການສຶກສາ, ສາທາລະນະສຸກ ແລະອື່ນໆ ຂອງບັນດາແຂວງພາກເໜືອຂອງລາວ. ຈາກສະພາບຈຸດພິເສດທີ່ກ່າວມານັ້ນໄດ້ກາຍເປັນທ່າແຮງອັນໃຫຍ່ຫຼວງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ເປັນຕົ້ນ ແມ່ນພື້ນຖານໂຄງລ່າງ ໄດ້ຮັບການກໍ່ສ້າງ ແລະປັບປຸງດີຂຶ້ນ, ເສັ້ນທາງຄົມມະນາ ຄົມ ໄດ້ຂະຫຍາຍໄປສູ່ບັນດາເມືອງແລະເຂດຊົນນະບົດຫ່າງໄກສອກຫຼີກ ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃນການພັດທະນາເສດຖະກິດ ແລະປັບປຸງຊິວິດການເປັນຢູ່ໃຫ້ດີຂຶ້ນ. ຢູ່ແຂວງຫຼວງພະບາງ ມີຜູ້ເຊື່ອຖືສາສະໜາພຸດ ກວມເອົາ 95 % ຂອງພົນລະເມືອງ, ນອກນັ້ນແມ່ນນັບຖືບັນພະບູລຸດ ແລະສາສະອື່ນໆ.

         ອົງການພຸດທະສາສະໜາສັມພັນລາວ ແຂວງຫຼວງພະບາງ ມີຄະນະກຳມະການບໍລິຫານງານ ຈຳນວນ 28 ອົງ, ໃນນີ້ເປັນ ຄະນະບໍລິຫານງານປະຈໍາການ ອພສ ແຂວງ ຈຳນວນ 9 ອົງ, ຄະນະກຳມະການ ອພສ ແຂວງ ຈຳນວນ 19 ອົງ, ຄະນະ ອພສ ເມືອງ ຈໍານວນ 34 ອົງ, ເຈົ້າອະທິການວັດ 248 ອົງ, ໃນທົ່ວແຂວງມີພຣະສົງ-ສາມະເນນທັງໝົດ ຈໍານວນ 1.796 ອົງ, ໃນນີ້ເປັນສາມະເນນ ຈໍານວນ 1.307 ອົງ, ມີວັດທັງໝົດ ຈຳນວນ 323 ວັດ, ໃນນີ້ຈໍານວນ 75 ວັດແມ່ນບໍ່ມີພຣະສົງສາມະເນນອາໄສຢູ່ (ເປັນວັດຮ້າງ), ທົ່ວແຂວງຫຼວງພະບາງ ມີໂຮງຮຽນສົງ ຈຳນວນ 4 ແຫ່ງ ຄື: ໂຮງຮຽນປະຖົມສົງ 1 ແຫ່ງ, ໂຮງຮຽນມັດທະຍົມຕົ້ນສົງ 1  ແຫ່ງ, ໂຮງຮຽນມັດທະຍົມສົມບູນສົງ 1 ແຫ່ງ ແລະ ໂຮງຮຽນວິຈິດສິນສົງ 1 ແຫ່ງ.


ໂຄງຮ່າງຄະນະກຳມະການບໍລິຫານງານ
ອົງການພຸດທະສາສະໜາສັມພັນລາວ ຫຼວງພະບາງ

ປະທານ ອພສ ແຂວງ

ພຣະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ (ສິດທິວົງ)


ຮອງປະທານ ອພສ ແຂວງ

1. ພຣະອາຈານໃຫຍ່ ຈັນທະລິນ ຈິນນະທັມໂມ

2. ພຣະອາຈານໃຫຍ່ ບົວວັນ ປຸນຍະສາໂຣ

3. ພຣະອາຈານໃຫຍ່ ບຸນເລີດ ຣະວິວັນໂນ

4. ພຣະອາຈານໃຫຍ່ ຫຸມເພັງ ພັນທະສາໂຣ


ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ

1. ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ
    ພຣະອາຈານ ຄຳຫຼ້າ ລັກຂະໂນ

2. ຫົວໜ້າກັມມາທິການ ປົກຄອງສົງແຂວງ
    ພຣະອາຈານໃຫຍ່ ບຸນເລີດ ຣະວິວັນໂນ

3. ຫົວໜ້າກັມມາທິການ ສຶກສາສົງແຂວງ
    ພຣະອາຈານໃຫຍ່ ຈັນທະລິນ ຈິນນະທັມໂມ

4. ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະປະຕິບັດກັມມະຖານ
    ພຣະອາຈານໃຫຍ່ ຫຸມເພັງ ພັນທະສາໂຣ

5. ຫົວໜ້າກັມມາທິການ ສາທາຣະນູປະການ
    ພຣະອາຈານໃຫຍ່ ບົວວັນ ປຸນຍະສາໂຣ

6. ຫົວໜ້າກັມມາທິການ ການຕ່າງປະເທດ
    ພຣະອາຈານ ສົມບັດ ສັມປັນໂນ


ປະທານ ອົງການພຸດທະສາສະໜາສັມພັນລາວເມືອງ

1. ປະທານ ອພສ ນະຄອນຫຼວງພະບາງ
  ພຣະອາຈານໃຫຍ່ ບຸນເລີດ ຣະວິວັນໂນ

2. ປະທານ ອພສ ເມືອງປາກອ
   ພຣະອາຈານໃຫຍ່ ຫຸມເພັງ ພັນທະສາໂຣ

3. ປະທານ ອພສ ເມືອງຈອມເພັດ
   ພຣະອາຈານ ກູດ ພຸດທະສາໂຣ

4. ປະທານ ອພສ ເມືອງຊຽງເງິນ
   ພຣະອາຈານ ຄຳຜາຍ ຜາສຸໂກ

5. ປະທານ ອພສ ເມືອງນານ
   ພຣະອາຈານ ທອງຈັນ ຈິຕຕະສະໂຣ

6. ປະທານ ອພສ ເມືອງນ້ຳບາກ
   ພຣະອາຈານ ຈັນທາ ຈັນທະວັງໂສ

7. ປະທານ ອພສ ເມືອງງອຍ
  ພຣະອາຈານ ຄຳຫຼ້າ ສຸພັທໂທ

+ ໝາຍເຫດ: ສຳລັບ ເມືອງໂພນທອງ, ເມືອງວຽງຄຳ, ເມືອງປາກແຊງ, ເມືອງໂພນໄຊ ແລະ ເມືອງພູຄູນ ແມ່ນກຳລັງປັບປຸງຈັດຕັ້ງຄະນະ ອພສ ຂັ້ນເມືອງຊຸດໃໝ່ .


ຂໍ້ມູນຈາກ: ຫ້ອງການ ອພສ ແຂວງຫຼວງພະບາງ

ເຟສບຸກ: ຫ້ອງການ ອພສ ແຂວງຫຼວງພະບາງ

Post a Comment

0Comments

Post a Comment (0)