ອພສ ແຂວງຄຳມ່ວນ

        ແຂວງຄຳມ່ວນ ຕັ້ງຢູ່ທາງພາກກາງ ຂອງປະເທດລາວ ແລະ ມີເນື້ອທີ່ທັງໝົດ 16,315 ກິໂລຕາແມັດ, ພື້ນທີ່ມີລັກສະນະເປັນ ທົ່ງພຽງ ແລະ ພູພຽງ ຢູ່ສູງກວ່າລະດັບນ້ຳທະເລ 900 ແມັດ, ແຂວງຄຳມ່ວນ ມີ 10 ເມືອງ, ມີ 569 ບ້ານ, ມີ 9 ຊົນເຜົ່າ, ມີປະຊາກອນ 439.613 ຄົນ, ຍິງ 220.178 ຄົນ ປະຊາຊົນສ່ວນຫຼາຍນັບຖື ສາສະໜາພຸດ ກວມເອົາ 85% ຂອງປະຊາກອນ.


          ອົງການພຸດທະສາສໜາສັມພັນລາວ ແຂວງຄຳມ່ວນ ມີຄະນະກຳມະການບໍລິຫານງານຈຳນວນ 25 ອົງ, ຄະນະບໍລິຫານງານປະຈຳການ 9 ອົງ,  ຄະນະ ອພສ ເມືອງ ຈຳນວນ 44 ອົງ,   ເຈົ້າອະທິການວັດ 404 ອົງ,  ໃນທົ່ວແຂວງມີພຣະສົງ ສາມະເນນ ທັງໝົດ 984 ອົງ, ພຣະສົງ 562 ອົງ, ສາມະເນນ 422 ອົງ, ມີວັດທັງໝົດ 498 ວັດ, ໃນນີ້ຈໍານວນ 94 ວັດ ແມ່ນບໍ່ມີະຣະສົງ ( ວັດຮ້າງ ) ທົ່ວແຂວງຄໍາມ່ວນມີໂຮງຮຽນ ມັດທະຍົມສຶກສາສົງ 2 ແຫ່ງ.
 
ຄະນະບໍລິຫານງານປະຈຳອົງການພຸດທະສາສະໜາສັມພັນລາວ ແຂວງຄຳມ່ວນ
ປະທານ ອພສ ແຂວງ
      ພຣະອາຈານ ບຸນທາຍ ຈັນທະໄພຈິດ 
 
ຮອງປະທານ ອພສ ແຂວງ
1.   ພຣະອາຈານ ພອນທິບ ເພັງພົມມະຈັນ 
2.    ພຣະອາຈານ ວັນເພັນ ໄຊຍະສອນ
3.    ພຣະອາຈານ ບຸນມີ ອິນທະຈັກ 
4.    ພຣະອາຈານ  ສາລີ ສີລາງາມ 
5.    ພຣະອາຈານ  ໄຊຊະນະ ຈັນທະຜາສຸກ 
6.    ພຣະອາຈານ ແກ້ວອຸດອນ ດາລາວົງ 
 
ຫົວໜ້າຫ້ອງການ ແລະ ຫົວໜ້າກັມາທິການ
1.    ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ
      ພຣະອາຈານ ໄຊຊະນະ ຈັນທະຜາສຸກ 

2.    ຫົວໜ້າກັມມາທິການ ປົກຄອງສົງແຂວງ
         ພຣະອາຈານ  ວັນເພັນ ໄຊຍະສອນ 

3.    ຫົວໜ້າກັມມາທິການ ສຶກສາສົງແຂວງ
       ພຣະອາຈານ  ພອນທິບ ເພັງພົມມະຈັນ 
4.    ຫົວໜ້າກັມມາທິການ ເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ
        ພຣະອາຈານ  ສາລີ ສີລາງາມ 
5.    ຫົວໜ້າກັມມາທິການ ສາທາຣະນູປະການ
        ພຣະອາຈານ ບຸນມີ ອິນທະຈັກ 
6.    ຫົວໜ້າກັມມາທິການ ການຕ່າງປະເທດ
       ພຣະອາຈານ  ແກ້ວອຸດອນ ດາລາວົງ 
 
ເຈົ້າຄະນະເມືອງ 10 ຕົວເມືອງ
1.    ເຈົ້າຄະນະເມືອງ ທ່າແຂກ
      ພຣະອາຈານ ສົມນຶກ ອະຣິຍະວັງໂສ 

2.    ເຈົ້າຄະນະເມືອງ ຫີນບູນ
        ພຣະອາຈານ  ສົງກາ ແກ້ວໄຊຍະພອນ 
3.    ເຈົ້າຄະນະເມືອງ ຄູນຄຳ
      ພຣະອາຈານ ຄຳຈັນ ສິດທິເດດ 

4.    ເຈົ້າຄະນະເມືອງ ນາກາຍ
      ພຣະອາຈານ  ຊູນັນຕະ ສິດທິເດດ 

5.    ເຈົົ້າຄະນະເມືອງ ຍົມມະລາດ
      ພຣະອາຈານ  ອາດສະພອນ ອານັນໂທ 

6.    ເຈົ້າຄະນະເມືອງ ມະຫາໄຊ
      ພຣະອາຈານ  ອຸດົມ ແກ້ວວົງສີ 

7.    ເຈົ້າຄະນະເມືອງ ໄຊບົວທອງ
      ພຣະອາຈານ ພູສີ ແສນປັນຍາ 
8.    ເຈົ້າຄະນະເມືອງ ບົວລະພາ
      ພຣະອາຈານ ວິໄຊຍະເດດ ແກ້ວສີລາວົງ 

9.    ເຈົ້າຄະນະເມືອງ ເຊບັ້ງໄຟ
      ພຣະອາຈານ  ບຸນເລັ່ງ ສິດທິພົມມາ 

10.  ເຈົ້າຄະນະເມືອງ ໜອງບົກ
      ພຣະອາຈານ  ຄຳຜອງ ສັນຕະມະໂນ 
 
 
 
ຂໍ້ມູນຈາກຫ້ອງການ ບໍລິຫານງານ ອພສ ແຂວງຄຳມ່ວນ
ເຟສບຸກ: ພຣະ ອາຈາຣຍ໌ ໄຊຊະນະ ຈັນທະຜາສຸກ

Post a Comment

0Comments

Post a Comment (0)